ສຸນວິໄຈອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ສປປ ລາວ ແລະ ບໍລິສັດ ເຄທີ ພັດທະນາການລົງທຶນ ຈໍາກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ເສີມຂະຫຍາຍຄວາມສາມາດ ສູນວິໄຈອາຫານ ແລະ ຢາ ໃນວັນທີ 13 ກັນຍາ 2024, ເວລາ 14:00 ໂມງ ທີ່ຫ້ອງປະຊຸມກະຊວງສາທາລະນະສຸກ ໂດຍການລົງນາມຂອງ ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ ແລະ ທ່ານ ກົງໃຈ ໄຊຍະຮັກ ປະທານບໍລິສັດ ເຄທີ ພັດທະນາການລົງທືນ ຈໍາກັດ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການເຊັນຄັ້ງນີ້ ໂດຍ ທ່ານ ປອ. ດຣ. ບູນແຝງ ພູມມະໄລສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ບັນດາກົມກອງທີ່ກ່ຽວຂ້ອງ ຈໍານວນ 18 ທ່ານ. ໂດຍຜ່ານການປຶກສາຫາລືຮ່ວມກັນສອງຝ່າຍ ໄດ້ຮັບຮູ້ເຖິງຜົນປະໂຫຍດທີ່ແທ້ຈິງ, ແທດເໝາະ ແລະ ຄວາມປາດຖະໜາ ທີ່ຈະດໍາເນີນການຮ່ວມມື ດ້ວຍຄວາມຈິງໃຈຕໍ່ກັນ,ຈຸດປະສົງຂອງການສ້າງບົດບັນທຶກນີ້ ແມ່ນເພື່ອສະໜອງຂອບການຮ່ວມມືລວມ ແລະ ກໍານົດການຈັດຕັ້ງປະຕິບັດວຽກງານສະເພາະລະລະຫວ່າງສອງຝ່າຍ, ແນໃສ່ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ສູນວິໄຈອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ສປປລາວ.
 
|