1 |
ຕ້ອນຮັບຊ່ຽວຊານໂຄງການ ARISE-Plus ມາຢ້ຽມຢາມ ສູນວິໄຈອາຫານ ແລະ ຢາ
|
ຕ້ອນຮັບຊ່ຽວຊານໂຄງການ ARISE-Plus ມາຢ້ຽມຢາມ ສູນວິໄຈອາຫານ ແລະ ຢາ
ສູນວິໄຈອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຕ້ອນຮັບຊ່ຽວຊານต 4 ທ່ານ ຈາກໂຄງການ ARISE-Plus ມາຢ້ຽມຢາມ ແລະ ເກັບກໍຳຂໍ້ມູນ ໃນວັນທີ 19 ກັນຍາ 2024 ເພື່ອສະເໜີໂຄງການສືບຕໍ່ໃນປີ 2025-28
ລາຍລະອຽດ » ປະກາດ 27/11/2024 11:26:55
|
2 |
ເຂົ້າຮ່ວມກວດການໍາຄະນະຮັບຜິດຊອບ ອະນາໄມສິ່ງແວດລ້ອມ - ອາຫານປອດໄພ ໃນກອງປະຊຸມອາຊຽນ
|
ເຂົ້າຮ່ວມກວດການໍາຄະນະຮັບຜິດຊອບ ອະນາໄມສິ່ງແວດລ້ອມ - ອາຫານປອດໄພ ໃນກອງປະຊຸມອາຊຽນ
ໃນວັນທີ 16-22 ກັນຍາ 2024, ທ່ານ ປທ. ຄໍາໄຊ ທ່າວ ແລະ ທ່ານ ສຸລິຈັນ ລາດຊະວົງ, ພະນັກງານສູນວິໄຈອາຫານ ແລະ ຢາ ໄດ້ເຂົ້າຮ່ວມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ລາວເປັນເຈົ້າພາບ ເຊິ່ງທີມງານມີທັງໝົດ 14 ທ່ານ, ຍິງ 4 ທ່ານ, ສໍາລັບກອງປະຊຸມທີ່ຈັດໃນຄັ້ງນີ້ ແມ່ນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຈັດຂື້ນທີ່ນະຄອນຫຼວງວຽງຈັນ. ຕໍ່ມາວັນທີ 23-27 ກັນຍາ 2024 ດຣ. ນ. ເພັດກົງໃຈ ແສນຈົງຮັກ ແລະ ນ. ວິລາວັນ ຢ່າງໄກຫື ກໍ່ໄດ້ສືບຕໍ່ເຂົ້າຮ່ວມຮັບໃຊ້ກອງປະຊຸມຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກອງປະຊຸມລັດຖະມົນຕີດ້ານພະລັງງານບໍ່ແຮ່ອາຊຽນ.
ລາຍລະອຽດ » ປະກາດ 27/11/2024 11:15:08
|
2 | ຂ່າວການເຄື່ອນໄຫວກິດຈະກຳ ຂອງ ສ.ອ.ຢ | |
1 |
ຝຶກອົບຮົມໃຫ້ແກ່ໂຮງງານ ຜະລິດຢາ ລາວພັນທະມິດ ຟາມາ ກຣຸບ ຈໍາກັດ
|
ຝຶກອົບຮົມໃຫ້ແກ່ໂຮງງານ ຜະລິດຢາ ລາວພັນທະມິດ ຟາມາ ກຣຸບ ຈໍາກັດ
ໃນວັນທີ 26-27 ກຸມພາ 2024 ຄະນະກໍຳມະການ GMP ກະຊວງສາທາລະນະສຸກ ລົງຝຶກອົບຮົມ ແລະ ກວດກາຫຼັກການການຜະລິດທີ່ດີ GMP) ໃຫ້ແກ່ໂຮງງານຜະລິດຢາລາວພັນທະມິດ ຟາມາ ກຣຸບ ຈໍາກັດ (Laos Alliance Pharmaceutical Group Co., Ltd) ໂດຍການເປັນປະທານຂອງທ່ານ ປອ. ດຣ. ສຸຣິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ ເຊິ່ງມີຄະນະກໍາມະການເຂົ້າຮ່ວມທັງໝົດ 11 ຄົນ, ຍິງ 06 ຄົນ (ກົມອາຫານ ແລະ ຢາ 5 ຄົນ, ສູນວິໄຈອາຫານ ແລະ ຢາ 4 ຄົນ ແລະ ກອງກວດກາອາຫານ ແລະຢາ 2 ຄົນ), ນັກສໍາມະນາກອນຂອງໂຮງງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ທັງໝົດ 22 ຄົນ, ຍິງ 10 ຄົນ.
ລາຍລະອຽດ » ປະກາດ 25/04/2024 11:11:10
|
2 |
ຮັບໃຊ້ກະກຽມ ກອງປະຊຸມສຸດຍອດ ອາຊຽນປີ 2024
|
ຮັບໃຊ້ກະກຽມ ກອງປະຊຸມສຸດຍອດ ອາຊຽນປີ 2024
ກອງປະຊຸມ AFCDM-WG ໄດ້ຈັດຂື້ນໃນວັນທີ 19-23 ກຸມພາ 2024 ທີ່ໂຮງແຮມແລນມາກ, ສູນວິໄຈອາຫານ ແລະ ຢາ ໄດ້ປະກອບສ່ວນຮັບໃຊ້ກອງປະຊຸມຈຳນວນ 02 ທ່ານ ສົມທົບກັບກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ກົມອາຫານ ແລະ ຢາ ລວມທີມງານທັງໝົດມີ 14 ທ່ານ.
ລາຍລະອຽດ » ປະກາດ 24/04/2024 16:20:31
|