ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ເຂົ້າຮ່ວມກວດການໍາຄະນະຮັບຜິດຊອບ ອະນາໄມສິ່ງແວດລ້ອມ - ອາຫານປອດໄພ ໃນກອງປະຊຸມອາຊຽນ
ປະກາດໂດຍ: Khamxay Thao, ວັນທີ: 27/11/2024

ໃນວັນທີ 16-22 ກັນຍາ 2024, ທ່ານ ປທ. ຄໍາໄຊ ທ່າວ ແລະ ທ່ານ ສຸລິຈັນ ລາດຊະວົງ, ພະນັກງານສູນວິໄຈອາຫານ ແລະ ຢາ ໄດ້ເຂົ້າຮ່ວມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ລາວເປັນເຈົ້າພາບ ເຊິ່ງທີມງານມີທັງໝົດ 14 ທ່ານ, ຍິງ 4 ທ່ານ, ສໍາລັບກອງປະຊຸມທີ່ຈັດໃນຄັ້ງນີ້ ແມ່ນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຈັດຂື້ນທີ່ນະຄອນຫຼວງວຽງຈັນ. ຕໍ່ມາວັນທີ 23-27 ກັນຍາ 2024 ດຣ. ນ. ເພັດກົງໃຈ ແສນຈົງຮັກ ແລະ ນ. ວິລາວັນ ຢ່າງໄກຫື ກໍ່ໄດ້ສືບຕໍ່ເຂົ້າຮ່ວມຮັບໃຊ້ກອງປະຊຸມຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກອງປະຊຸມລັດຖະມົນຕີດ້ານພະລັງງານບໍ່ແຮ່ອາຊຽນ. ຄວາມຮັບຜິດຊອບແມ່ນກວດກາສະຖານທີ່ ຫ້ອງຄົວ, ຫ້ອງຮັບປະທານອາຫານ, ວັດຖຸດິບ, ອຸປະກອນສໍາພັດອາຫານ ແລະ ອາຫານ ພ້ອມທັງສຸ່ມກວດຖ້ວຍ, ຈານ, ຈອກ, ບ່ວງ, ສ້ອມ, ມີດ, ໄມ້ຖູ່, ໝາກໄມ້ ແລະ ອາຫານທະເລ.

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ