ໃນວັນທີ 6-8 ມັງກອນ 2026, ທ່ານ ດຣ. ບຸນສີ ສີບຸນເຮືອງ ຮອງຫົວໜ້າສູນວິໄຈອາຫານ ແລະ ຢາ ພ້ອມດ້ວຍພະນັກງານສູນ 2 ທ່ານ ໄດ້ເຂົ້າຮ່ວມກວດກາອາຫານປອດໄພ ນໍາຄະນະຮັບຜິດຊອບ ອະນາໄມສິ່ງແວດລ້ອມ ແລະ ອາຫານປອດໄພ, ກະຊວງສາທາລະນະສຸກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂື້ນທີ່ຫໍປະຊຸມແຫ່ງ ຊາດ, ນະຄອນຫຼວງວຽງຈັນ. ຈຸດປະສົງແມ່ນເພື່ອກວດກາອຸປະກອນ ແລະ ອາຫານທີ່ຈະມາໃຊ້ໃນກອງປະຊຸມໃຫ້ມີຄວາມປອດໄພຕໍ່ຜູ້ທີ່ມາເຂົ້າຮ່ວມ.


|