ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມສະຫຼຸບຜົນງານປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຂອງສູນວິໄຈອາຫານ ແລະ ຢາ
ປະກາດໂດຍ: Khamxay Thao, ວັນທີ: 17/03/2026

ສູນວິໄຈອາຫານ ແລະ ຢາ ໄດ້ຈັດກອງປະຊຸມເຜີຍແຜ່ສະຫຼຸບຜົນງານປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃນວັນທີ 08 ມັງກອນ 2025, ທີ່ຫ້ອງປະຊຸມຂອງສູນວິໄຈອາຫານ ແລະ ຢາ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ, ມີຄະນະສູນ, ຄະນະຂະແໜງ ແລະ ພະນັກງານວິຊາການຂອງສູນວິໄຈອາຫານ ແລະ ຢາ ເຂົ້າຮ່ວມ ຈໍານວນ 27 ທ່ານ, ຍິງ 16 ທ່ານ. ຈຸດປະສົງ ເພື່ອສະຫຼຸບຜົນການເຄື່ອນໄຫວວຽກງານວິໄຈອາຫານ ແລະ ຢາໃນ 1 ປີທີ່ຜ່ານມາ ແລະ ຖອດຖອນບົດຮຽນວາງແຜນການ 1 ປີຕໍ່ໄປ ເພື່ອໃຫ້ພະນັກງານທຸກຄົນໄດ້ຮັບຮູ້ ແລະ ເປັນບ່ອນອິງໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້.

 

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ