ພິທີປະກາດພະນັກງານຮັບອຸດໜຸນບຳນານ ໄດ້ຈັດຂື້ນໃນວັນທີ 20 ກໍລະກົດ 2022 ທີ່ຫ້ອງປະຊຸມຂອງ ສອຢ ຕາມຂໍ້ຕົກລົງເລກທີ 754/ສທ, ລົງວັນທີ 1 ເມສາ 2022 ວ່າດ້ວຍການອະນຸມັດໃຫ້ ທ່ານ ດຣ. ນ. ດວງໃຈ ມາລິວັນ ຮອງຫົວໜ້າສູນວິໄຈອາຫານແລະຢາ ໄດ້ຮັບອຸດໜູນບຳນານ ເລີ່ມພັກແຕ່ເດືອນກໍລະກົດເປັນຕົ້ນໄປ ໂດຍມີພະນັກງານຂອງ ສອຢ ເຂົ້າຮ່ວມ. ສູນວິໄຈອາຫານແລະຢາ ຂໍຈາລຶກບຸນຄຸນ ແລະ ສະແດງຄວາມຂອບໃຈມາຍັງທ່ານທີ່ໄດ້ອຸທິດເຮື່ອແຮງ ແລະ ສະຕິປັນຍາໃນການພັດທະນາສູນວິໄຈອາຫານແລະຢາ.
|