ໃນວັນທີ 19 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສູນວິໄຈອາຫານແລະຢາ (ສອຢ) ໄດ້ຈັດພິທີກວດກາ ແລະ ມອບຮັບໂຄງການສ້ອມແປງ ແລະ ຕໍ່ເຕີມອາຄານຫ້ອງທົດລອງອາຫານປອດໄພຂອງ ສອຢ ໂດຍບໍລິສັດຮັບເໝົາກໍ່ສ້າງແມ່ນ ບໍລິສັດພັດທະນາພອນກໍ່ສ້າງຈຳກັດຜູ້ດຽວ, ມູນຄ່າຕາມສັນຍາແມ່ນ 1,974,458,860 ກີບ. ແຫຼ່ງທືນແມ່ນກະຊວງສາທາລະນະສຸກ ງົບປະມານພາກ 67 ປີ 2021 ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງມອບໂດຍ ທ່ານ ສົມເພັດ ວິໄລ ອຳນວຍການ ບໍລິສັດພັດທະນາພອນກໍ່ສ້າງຈໍາກັດຜູ້ດຽວ ແລະ ຮັບໂດຍ ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານແລະຢາ.
|