ເພື່ອເປັນການສ້າງຄວາມເຂັ້້ມແຂງໃຫ້ແກ່ວຽກງານວິໄຈອາຫານແລະຢາ ໃຫ້ເປັນຫ້ອງທົດລອງທີ່ໄດ້ມາດຕະຖານສາກົນ ISO/IEC 17025:2017, ສູນວິໄຈອາຫານແລະຢາ ຈຶ່ງໄດ້ຮັບການສະໜັບສະໜູນ ທາງດ້ານວິຊາການຈາກ ໂຄງການ DFAT/USP. ສະນັ້ນ, ວັນທີ 22-23/8/2022 ພະນັກງານສູນວິໄຈອາຫານແລະຢາ ໄດ້ເຂົ້າຮ່ວມຝຶກອົບຮົມແບບທາງໄກ ໃນຫົວຂໍ້ Internal Audit Preparation (ການກະກຽມ ການກວດສອບພາຍໃນ) ໂດຍໄດ້ຮັບການບັນຍາຍຈາກວິທະຍາກອນ ປະເທດອົດສະຕາລີ ແລະ ປະເທດຝຣັ່ງ ເຊິ່ງມີພະນັກງານເຂົ້າຮ່ວມ 22 ທ່ານ (ຍິງ 11 ທ່ານ). ຫົວຂໍ້ດັ່ງກ່າວແມ່ນເຫັນວ່າມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ຕໍ່ວຽກງານວິໄຈອາຫານແລະຢາ ເພື່ອເປັນການທົບທວນຄືນ ແລະ ກວດສອບກັບໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບລະບົບມາດຕະຖານສາກົນທີ່ທາງສູນໄດ້ກຳນົດໄວ້.
|