ໃນຕອນແລງຂອງວັນທີ 25 ກໍລະກົດ 2023 ທີ່ຫ້ອງປະຊຸມໃຫຍ່ ຂອງສູນວິໄຈອາຫານແລະຢາ, ໜ່ວຍກຳມະບານ ສູນວິໄຈອາຫານແລະຢາ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວປະຈຳປີ 2022 ແລະ ທິດທາງແຜນການປີ 2023, ພາຍໃຕ້ການເປັນປະທານຂອງທ່ານ ດຣ. ສິນທະລາ ປະຖຳມະວົງ, ຄະນະບໍລິຫານງານ ສະຫະພັນກຳມະບານກະຊວງສາທາລະນະສຸກ, ທ່ານ ດຣ. ບຸນສີ ສີບຸນເຮືອງ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າສູນວິໄຈອາຫານແລະຢາ, ໂດຍມີປະທານກຳມະບານພ້ອມດ້ວຍຄະນະ ແລະ ສະມາຊິກກຳມະບານພາຍໃນສູນເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ, ຍິງ 18 ທ່ານ.
ກອງປະຊຸມຄັ້ງນີ້ຍັງໄດ້ມີການຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ໜ່ວຍກຳມະບານຂອງສູນ ເຊິ່ງເປັນໜ່ວຍກໍາມະບານດີເດັ່ນປະຈຳປີ 2022 ແລະ ໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນຈຳນວນ 42 ສະຫາຍ (ເດັ່ນປະເພດ 1 ມີ 17 ສະຫາຍ, ເດັ່ນປະເພດ 2 ມີ 18 ສະຫາຍ ແລະ ເດັ່ນປະເພດ 3 ມີ 7 ສະຫາຍ), ພ້ອມທັງຈັດພິທີຈັບມືແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2023.
|